ຊາວອິສານເຂົາຮູ້

posted on 31 Aug 2009 15:33 by saixelamphao
ຊາວອີສານເຂົາຮັບຮູ້……………..ເຊື້ອເຜົ່າເຂົາເປັນລາວ
ຮູ້ຊາດພັນພົງສາຍ………………..ພີ່ນ້ອງວົງວານເຄົ້າ
ເວົ້າຈາພາສາແຍ້ມ………………..ຄວາມດຽວບໍ່ແຍກແບ່ງ
ເຂົາໄປໄທຍ໌ ຢາກເວົ້າ…………....ພາສາເຄົ້າກໍເລົ່າອາຍ

ສະນັ້ນ ລາວເຮົາຄວນຮັບຮູ້…….ຮັກຮໍ່ລາວອິສານ ໄວ້ເນີ
ໃຫ້ກຽດເຂົາສເມີກັນ……………..ຊາດລາວເຮົາແທ້
ຊ່ວຍເຫລືອຈູນເຈືອພ້ອມ…………ໃຫ້ກຳລັງໃຈພ້ອມພໍ່າ
ກັບທັງຍັງຮັບຮູ້…………………..ພື້ນຖານເຄົ້າແຫ່ງເຂົາ ດອມດ້ວຍ

ຄົນອີສານ ໃນທີ່ແທ້……………...ເປັນໄທຍ໌ຕ່າງເພາະກົດໝາຍ
ແຕ່ວ່າ ຫົວໃຈເຂົາ……………….ເປັນລາວໝົດກະດົ້ງ
ລາວຄວນຄົງຄວາມແຈ້ງ………….ເຫັນຮອມຮູຮ່ອມ
ຮັກພວກຊຸມພີ່ນ້ອງ…………….….ອີສານໄວ້ວ່າແມ່ນລາວ ແທ້ໆ