ຢຳສະຫຼັດຝັກກະສັງ ເປັນຢາ
posted on 22 Oct 2009 11:07 by saixelamphao
edit @ 22 Oct 2009 11:08:33 by saixelamphao
edit @ 22 Oct 2009 11:08:51 by saixelamphao
edit @ 22 Oct 2009 11:09:15 by saixelamphao
edit @ 22 Oct 2009 11:08:33 by saixelamphao
edit @ 22 Oct 2009 11:08:51 by saixelamphao
edit @ 22 Oct 2009 11:09:15 by saixelamphao
edit @ 28 Sep 2009 08:59:11 by saixelamphao
ມະໂນໃນແນບເນື້ອ ພາຍພາກກາຍຍາເຮົານີ້
ຈັກວ່າມັນຢູ່ໃສ ບໍ່ມີໃຜຮູ້
ຫາກວ່າຫົວໃນນັ້ນ ຫາເຫັນຊອກງ່າຍ
ວິທະຍາສາດຮັບຮູ້ ເຫັນແລ້ວໜ່ວຍໃຈ
ຄືວ່າກາຍກອດກ້ຽວ ຈະຢືນຢູ່ຄົງທົນ
ຫົວໃຈທຳງານໜັກ ຄວບຄຸມກາຍສ້ຽງ
ຫາກວ່າຫົວໃຈເຈົ້າ ສູນເສັຍພິການພາບ
ກາຍຍ່ອມເສັຍ ແລະສ້ຽງ ໝົດສິ້ນຊື່ສຽງ
ໃຈນີ້ແມ່ນຮູບເນື້ອ ມອງເບິ່ງດ້ວຍຕາ
ແຕ່ວ່າຫະໄທນຶກ ເຈດຈິດຄົນນັ້ນ
ມັນເນັ່ງເນົານອນສິ້ງ ສິງໃສໃຜຮູ້ໄດ້ແນ່
ບໍ່ມີຮັບຮູ້ ເຫັນເບື້ອງເຈຕະໄນ ໄດ້ເລີຍ
ພຣະພຸດຕັກສັ່ງໄວ້ ມວນໝູ່ກິດມະນຸດ
ທັງວິຊາການສູງ ວຽກງານການລ້ວນ
ຮູບປະທຳນຳແຈ້ງ ນາມມະທຳອະຮູບ
ເວົ້າຈາທັງນຶກນ້ອມ ກະທຳພ້ອມສ່ວນກາຍ
ສັບພະພູມພາກພື້ນ ພຽງພົບມານຸດສາ
ກິດຈະການງານສັງ ລ້ວນແຕ່ໃຈບັນຊາສ້ຽງ
ອັນວ່າທັມພູມພ້ອມ ການກະທຳຜົນພາຍພາກ ມະນຸດນັ້ນ
ເກີດແຕ່ໃຈເຈດແຈ້ງ ກະທຳລ້ວນເລີດປະມານ
ພຸດທະພາສິດບອກແຈ້ງ ມະໂນເຈດໃຈຈິດ ທ່ານເອີຍ
ມະໂນປຸພພັງຄະມາ ທັມມານັ້ນ ທັມທັງຫຼາຍໃນສາກົນໂລກ
ມີຫົວໃຈເປັນທີ່ຕັ້ງ ບັນຊາການເປັນໃຫຍ່
ເປັນປະທານນັ່ງຊີ້ ບັນຊາວຽກເຫດການ
ວຽກງານຫຼາຍຫຼາກລົ້ນ ມວນມາກອະນັນນັບ
ຈະສຳເລັດລົງຄົບ ແລ້ວໝົດສຸດສ້ຽງ
ມະໂນເສດຖາ ມະໂນມະຍາພ້ອມ ບັນຊາການຊີ້ຊອບ
ເຮັດໃຫ້ວຽກວາດໄວ້ ສຳເລັດແທ້ດັ່ງຫວັງ
ດັ່ງນັ້ນ ເພີ່ນຈຶ່ງເວົ້າ ສານຕໍ່ອະທິບາຍ
ການກະທຳ, ວາຈາຈິດ ຄິດນຳແນວນິ້ງ
ຫາກວ່າທຳການນັ້ນ ແນວດີບຸນກໍຕອບ
ຫາກວ່າຊົ່ວເປັນທີ່ຕັ້ງ ບາບກໍຕື້ຕອບສະໜອງ
ທ່ານຈຶ່ງທຽບໃຫ້ຮູ້ ເຫັນເຫດເຫັນປັດໄຈ
ເຫັນຄຸນທຳທາງປະພືດ ກ໋ຽວກັນບໍ່ມີເວັ້ນ
ເໝືອນກົບງົວທຽບແລ້ວ ຍັງກວຽນລໍ້ໃຫຍ່
ງົວເດີນໄປໃສກວຽນກໍໄປຕາມນັ້ນ ເໝືອນແທ້ດັ່ງກັນ
ໃຈຈຄິດແນວໄດ້ເສື່ອງໄວ້ ໃນທີ່ຊວງເລີກ
ໃຜບໍ່ເຫັນນຳຄັກ ເພາະຢູ່ໃນໃຈເຈົ້າ
ແຕ່ວ່າການກະທຳທັງເວົ້າ ມັນແນໃຈໃຫ້ຄົນອ່ານ
ເຈຕະນາບອກເລື້ອງ ເຫັນຮູ້ຫ່ອມໃຈ ແທ້ແລ້ວ
edit @ 17 Sep 2009 10:27:06 by saixelamphao
edit @ 7 Sep 2009 17:07:28 by saixelamphao
edit @ 6 Sep 2009 10:55:03 by saixelamphao
edit @ 6 Sep 2009 09:14:01 by saixelamphao
edit @ 6 Sep 2009 09:14:58 by saixelamphao
edit @ 7 Sep 2009 10:48:42 by saixelamphao
edit @ 7 Sep 2009 10:49:09 by saixelamphao